ໂດຍ: ນາງ ເກດສະໜາ ວິໄລທອງ
ໃນວັນທີ 15 ພຶດສະພາ 2026 ຢູ່ທີ່ຫ້ອງປະຊຸມໃຫຍ່ ຄະນະຈັດຕັ້ງສູນກາງພັກ (ຫຼັກ6) ໄດ້ຈັດກອງປະຊຸມ ທາມທາບບຸກຄະລາກອນ ທີ່ຈະສະໝັກຮັບເລຶອກຕັ້ງເຂົ້າໃນ ຄະນະບໍລິຫານງານສະຫະພັນກໍາມະບານ ຄະນະຈັດຕັ້ງສູນກາງພັກ ຮອບທີ III, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຄະນະພັກ, ຫົວໜ້າກົມ, ຫ້ອງການ, ສະຖາບັນ ແລະ ສະມາຊິກກຳມະບານ ຄຈສພ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນວາລະກອງປະຊຸມ, ສະຫາຍ ຕ໋ອງ ພູມມີພັນ ປະທານຄະນະບໍລິຫານງານສະຫະພັນກໍາມະບານ ຄຈສພ ໄດ້ຜ່ານຮ່າງບົດສໍາຫຼວດການນໍາພາລວມ ຄະນະບໍລິຫານງານສະຫະພັນກໍາມະບານ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ VI; ພ້ອມນີ້ ຜູ້ເຂົ້າຮ່ວມໄດ້ປະກອບຄໍາເຫັນຕໍ່ເອກະສານດັ່ງກ່າວຢ່າງກົງໄປກົງມາ ເພື່ອແນໃສ່ປັບປຸງເນື້ອໃນໃຫ້ ສ່ອງແສງເຖິງວຽກງານຕົວຈິງ ແລະ ມີເນື້ອໃນຄົບຖ້ວນສົມບູນຂຶ້້ນຕື່ມ. ກອງປະຊຸມ ທາບທາມ ຮອບທີ III ຄັ້ງນີ້ ມີຜູ້ສະໝັກຮັບເລືອກຕັ້ງ ຈໍານວນ 21 ສະຫາຍ, ເລືອກອົາ 17 ສະຫາຍ.
ເນື່ອງໃນໂອກາດນີ້ ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ຍ້ອງຍໍຊົມເຊີຍຜົນງານການນໍາພາຂອງຄະນະບໍລິຫານງານສະຫະພັນກໍາມະບານ ຄະນະຈັດຕັ້ງສູນກາງພັກຊຸດເກົ່າ ທີ່ສາມາດຍາດໄດ້ຜົນສໍາຫຼາຍດ້ານ ແລະ ໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມກອງປະຊຸມເອົາໃຈໃສ່ ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ເລຶອກເຟັ້ນເອົາເປົ້າໝາຍຄະນະບໍລິຫານງານສະຫະພັນກໍາມະບານ ຄະນະຈັດຕັ້ງສູນກາງພັກ ໃຫ້ໄດ້ຕາມມາດຖານ ແລະ ເງື່ອນໄຂທີ່ກໍານົດໄວ້.