ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 9,085,420
wc   ປີກາຍ: 500,014
wc   ປີນີ້: 575,498
   ເດືອນແລ້ວ: 47,520
   ເດືອນນີ້: 4,582
   7 ວັນລ່າສຸດ: 1,452
   ມື້ນີ້: 320
ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານແມ່ຍິງ ປະຈໍາປີ 2025 ແລະ ແຜນການ ປີ 2026 ຂອງສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ
ຈຳນວນຜູ້ອ່ານ: 95
ອະນຸມັດວັນທີ: 17/03/2026

ໂດຍ: ນາງ ເກດສະໜາ ວິໄລທອງ

        ໃນວັນທີ 13 ມີນາ 2026 ຢູ່ທີ່ຫ້ອງປະຊຸມໃຫຍ່  ຄະນະຈັດຕັ້ງສູນກາງພັກ (ຫຼັກ6) ໄດ້ຈັດກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານແມ່ຍິງ ປະຈໍາປີ 2025 ແລະ ແຜນການ ປີ 2026 ຂອງສະຫະພັນແມ່ຍິງຄະນະ ຈັດຕັ້ງສູນກາງພັກ ແລະ ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ ( 08 ມີນາ 1910 – 08 ມີນາ 2026 ), ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ  ກໍາມະການກົມ ການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີສະຫາຍ ນາງ ປາລິດາ ອິນ ທະວົງ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ຄະນະຈັດຕັ້ງສູນກາງພັກ, ມີຕາງໜ້າຫ້ອງການ, ບັນດາກົມ ແລະ ສະຖາບັນ, ຕາງໜ້າອົງການຈັດຕັ້ງມະຫາຊົນ, ຄະນະບໍລິຫານງານສະຫະ ພັນແມ່ຍິງ ແລະ ສະມາຊິກສະຫະພັນແມ່ຍິງ ຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.

        ໃນວາລະກອງປະຊຸມ, ສະຫາຍ ນາງ ປາລິດາ ອິນທະວົງ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານແມ່ ຍິງ ປະຈໍາປີ 2025 ແລະ ແຜນການ ປີ 2026 ຂອງສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ; ພ້ອມນີ້ ຜູ້ເຂົ້າ ຮ່ວມໄດ້ປະກອບ​ຄໍາເຫັນຕໍ່ເອກະສານດັ່ງກ່າວຢ່າງກົງໄປກົງມາ ແນໃສ່ປັບປຸງເນື້ອໃນໃຫ້ສ່ອງແສງເຖິງວຽກງານຕົວ ຈິງ ແລະ ຄົບຖ້ວນສົມບູນຂຶ້້ນຕື່ມ. ​ກອງປະຊຸມ, ໄດ້ພ້ອມກັນທົບທວນຄືນບາງບັນຫາທີ່ເປັນຈຸດອ່ອນ-ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ ພ້ອມທັງກໍານົດທິດທາງແຜນການ ປີ 2026 ເພື່ອເຮັດໃຫ້ການນໍາພາ-ຊີ້ ນໍາ ແທດເໝາະກັບການປະຕິບັດວຽກງານຕົວຈິງໃຫ້ດີກວ່າເກົ່າ. ໃນພິທີຍັງໄດ້ຮັບຟັງກາບກອນອວຍພອນ ເນື່ອງ ໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ 08 ມີນາ 1910-08 ມີນາ 2026 ແລະ ເພື່ອສະ ແດງຄວາມຮູ້ບຸນຄຸນຕໍ່ການນຳພັກ-ລັດເວົ້າລວມ, ເວົ້າສະເພາະການນໍາເພດຍິງ ຂອງຄະນະຈັດຕັ້ງສູນກາງພັກ ທີ່ຍາມ ໃດກໍ່ໄດ້ໃຫ້ທິດເຍືອງທາງ, ຊຸກຍູ້ສົ່ງເສີມ, ອຸ້ມຊູຊ່ວຍເຫຼືອ ແລະ ອຳນວຍຄວາມ ສະດວກໃນການເຄື່ອນໄຫວ ວຽກງານແມ່ຍິງ ໃຫ້ມີຜົນສຳເລັດເປັນກ້າວໆ.

        ຕອນທ້າຍກອງປະຊຸມ, ໄດ້ຮັບຟັງຄໍາເຫັນໂອ້ລົມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມ ການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ເຊິ່ງສະຫາຍໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ຍາດມາໄດ້ ໃນ 1 ປີຜ່ານມາ ແລະ ເນັ້ນໃຫ້ສະມາຊິກແມ່ຍິງທຸກສະຫາຍ ເອົາໃຈໃສ່ ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ປັບປຸງແບບແຜນວິທີເຮັດວຽກດ້ວຍບາດກ້າວໃໝ່, ຍົກສູງຄວາມຮັບຜິດຊອບ ໜ້າທີ່ການເມືອງຂອງຕົນ ເປັນຕົ້ນແມ່ນທິດທາງແຜນການ, ວຽກງານຈຸດສຸມໃນປີ 2026 ແລະ ປີຕໍ່ໄປ, ຮັບປະກັນ ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ເປັນເສນາທິການວຽກງານແມ່ຍິງດ້ວຍຄວາມຈົງຮັກພັກດີ ແລະ ມີ ຄວາມຮັບຜິດຊອບສູງກວ່າເກົ່າ ແລະ ພ້ອມກັນຈັດຕັ້ງປະຕິບັດ​ວຽກງານແມ່ຍິງ ໃນປີ 2026 ໃຫ້ມີຜົນ ສໍາເລັດຕາມ ຄາດໝາຍ.