ພາບ-ຂ່າວ: ພູວອນ ອານຸວົງ
ກອງປະຊຸມທາບທາມບຸກຄະລາກອນ ເພື່ອຄັດເລືອກເປົ້າໝາຍສະໝັກເຂົ້າໃນຄະນະບໍລິຫານງານ ສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ ສະໄໝທີ XII (ຮອບທີ I) ໄດ້ຈັດຂຶ້ນໃນວັນທີ 24 ເມສາ 2026 ຢູ່ທີ່ຫ້ອງປະຊຸມໃຫຍ່ ຄະນະຈັດຕັ້ງສູນກາງພັກ (ຫຼັກ 6), ໂດຍການເປັນປະທານ ຂອງ ສະຫາຍ ວິໄລວັນ ບຸດດາຄໍາ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີປະທານສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ, ປະທານຮາກຖານ, ບັນດາໜ່ວຍ ແລະ ສະມາຊິກ ສະຫະພັນແມ່ຍິງທົ່ວຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ໄດ້ຮັບຟັງແຈ້ງການ ຂອງສູນກາງສະຫະພັນແມ່ຍິງລາວ ກ່ຽວກັບການດໍາເນີນກອງປະຊຸມໃຫຍ່ຂັ້ນຕົນ ສະບັບເລກທີ 842/ສສຍລ, ລົງວັນທີ 15 ກັນຍາ 2025, ຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ສະຫະພັນແມ່ຍິງ ຄະນະຈັດຕັ້ງສູນກາງພັກ ສະໄໝທີ XII, ຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບບຸກຄະລາກອນ, ຜ່ານມາດຖານ ແລະ ເງື່ອນໄຂ ຜູ້ຮັບສະໝັກເລຶອກຕັ້ງເຂົ້າໃນຄະນະບໍລິຫານງານ ສະຫະພັນແມ່ຍິງ ຄຈສພ.
ໃນໂອກາດນີ້ ສະຫາຍ ວິໄລວັນ ບຸດດາຄໍາ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກໄດ້ໃຫ້ກຽດມີຄຳເຫັນຕໍ່ກອງປະຊຸມ ໂດຍສະຫາຍ ໄດ້ເນັ້ນໃຫ້ສະມາຊິກເອື້ອຍນ້ອງແມ່ຍິງທຸກສະຫາຍ ໃຫ້ມີຄວາມຫ້າວຫັນ ໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມກ້າວໜ້າຮອບດ້ານ ແລະ ນຳໃຊ້ສິດຂອງຕົນໃນການຄັດເລືອກເປົ້າໝາຍ ເຂົ້າໃນຄະນະບໍລິຫານງານ ສະຫະພັນແມ່ຍິງ ຄະນະຈັດຕັ້ງສູນກາງພັກ ໃຫ້ໄດ້ຕາມມາດຖານ ແລະ ເງື່ອນໄຂທີ່ໄດ້ກຳນົດໄວ້. ພິທີປ່ອນບັດຄັ້ງນີ້ ໄດ້ດຳເນີນໄປຕາມບາດກ້າວ, ຂັ້ນຕອນ ດ້ວຍຜົນສຳເລັດຕາມຄາດໝາຍ.