ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 9,085,420
wc   ປີກາຍ: 500,014
wc   ປີນີ້: 575,498
   ເດືອນແລ້ວ: 47,520
   ເດືອນນີ້: 4,582
   7 ວັນລ່າສຸດ: 1,452
   ມື້ນີ້: 320
ກອງປະຊຸມພົບປະລະຫວ່າງພາກລັດ ແລະ ອົງການຈັດຕັ້ງສັງຄົມລາວ ປະຈຳປີ 2025
ຈຳນວນຜູ້ອ່ານ: 60
ອະນຸມັດວັນທີ: 06/03/2026

ຂ່າວ: ພູວອນ  

ພາບ: ບານ

        ວັນທີ 05 ມີນາ 2026 ກົມພັດທະນາການບໍລິຫານລັດ ໄດ້ຈັດກອງປະຊຸມພົບປະລະຫວ່າງພາກລັດ ແລະ ອົງການຈັດຕັ້ງສັງຄົມລາວ ປະຈຳປີ 2025 ຂຶ້ນ ທີ່ໂຮງແຮມຄາວພາຊ່າ ໂດຍການເປັນປະທານຂອງທ່ານ ປອ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຮອງລັດຖະມົນຕີ, ຮອງປະທານຄະນະກໍາມະທິການສະພາແຫ່ງຊາດ, ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ ຂອງບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ ຂອງຄະນະຈັດຕັ້ງສູນກາງພັກ, ຫົວໜ້າ-ຮອງຫົວໜ້າ ຄະນະຈັດຕັ້ງນະຄອນຫຼວງ, ແຂວງ, ຕາງໜ້າສະມາຄົມ ແລະ ມູນນິທິ ທີ່ເຄື່ອນໄຫວໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

 

        ທ່ານ ປອ ວິສຸກ ພົມພິທັກ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການວ່າ ວຽກງານອົງການຈັດຕັ້ງສັງຄົມ ເວົ້່າສະເພາະ ບັນດາ ສະມາຄົມ ແລະ ມູນນິທິ  ແມ່ນອົງການຈັດຕັ້ງສັງຄົມທີ່ມີບົດບາດສຳຄັນ, ເປັນວຽກງານໜຶ່ງທີ່ພັກ-ລັດຖະບານ ໄດ້ຖືເປັນວຽກສໍາຄັນ ແລະ ໄດ້ກໍານົດໄວ້ໃນລັດຖະທໍາມະນູນ-ກົດໝາຍ. ບັນດາສະມາຄົມ, ມູນນິທິ ມີບົດບາດໃນການປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ, ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ປະຕິບັດນະໂຍບາຍການລົບລ້າງຄວາມທຸກຍາກ ບົນພື້ນຖານຄວາມໝາຍ-ຄວາມສໍາຄັນ ຄືດັ່ງທີ່ກ່າວມານັ້ນ, ໃນໄລຍະຜ່ານມາ ພັກ-ລັດຖະບານ ໄດ້ເອົາໃຈໃສ່ຄຸ້ມຄອງ ດ້ວຍການຊຸກຍູ້, ຕິດຕາມ, ອໍານວຍຄວາມສະດວກ ແລະ ປັບປຸງສະພາບແວດລ້ອມດ້ານຕ່າງໆ ເພື່ອອົງການຈັດຕັ້ງສັງຄົມລາວ ສາມາດເຄື່ອນໄຫວຢ່າງຖືກຕ້ອງ ແລະ ສອດຄ່ອງກັບລະບຽບການ ພ້ອມທັງມີການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ທີ່ລັດຖະບານວາງອອກໃນແຕ່ລະໄລຍະ ໃຫ້ກ້າວສູ່ລວງເລິກ ແລະ ກວ້າງຂວາງຂຶ້ນກວ່າເກົ່າ.

        ໃນກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງ ການຜ່ານບົດລາຍງານການເຄື່ອນໄຫວວຽກງານອົງການຈັດຕັ້ງສັງຄົມ ໃນຂອບເຂດທົ່ວປະເທດ ປະຈໍາປີ 2025 ຈາກທ່ານ ສຸລິວັນ ອ່ອນຕາວົງ ຫົວໜ້າກົມພັດທະນາການບໍລິຫານລັດ ໂດຍທ່ານໄດ້ກ່າວວ່າ ບັນດາສະມາຄົມ ແລະ ມູນນິທິ ແມ່ນອົງການຈັດຕັ້ງສັງຄົມ ຊຶ່ງຍາມໃດພັກ ແລະ ລັດຖະບານກໍເຫັນໄດ້ຄວາມສໍາຄັນ ແລະ ເອົາໃຈໃສ່ການຄຸ້ມຄອງ, ຊຸກຍູ້, ສົ່ງເສີມ, ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ບັນດາກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງສັງຄົມ ໃນການສ້າງຕັ້ງ ແລະ ເຄື່ອນໄຫວວຽກງານອົງການຈັດຕັ້ງສັງຄົມ ຖືກຕ້ອງຕາມແນວທາງຂອງພັກ, ນະໂຍບາຍຂອງລັດ, ລັດຖະທໍາມະນຸນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍຢ່າງເຂັ້ມງວດ ແລະ ເດັດຂາດ ເພື່ອປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ກໍຄືເປົ້າໝາຍການພັດທະນາແບບຍືນຍົງໃນແຕ່ລະໄລຍະ ແລະ ຊ່ວຍເຫຼືອສັງຄົມດ້ວຍຫຼາຍຮູບແບບ ເປັນຕົ້ນ ທາງດ້ານເຫື່ອແຮງ, ຄວາມຮູ້, ຄວາມສາມາດ, ທຶນຮອນ ແລະ ຊັບສິນ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເປັນກ້າວໆ. ປະຈຸບັນ ສະມາຄົມ ແລະ ມູນນິທິ ມີທັງໝົດ 358 ພາກສ່ວນຄື ສະມາຄົມ 277 ແລະ 81 ມູນນິທິ ທີ່ເຄື່ອນໄຫວໃນຂອບເຂດທົ່ວປະເທດ.

     

        ນອກຈາກນີ້ຍັງໄດ້ຮັບຟັງ ການນໍາສະເໜີເນື້ອໃນດໍາລັດ ວ່າດ້ວຍມູນນິທິ, ດໍາລັດ ວ່າດ້ວຍສະມາຄົມ ແລະ ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດດໍາລັດ, ການຜ່ານເນື້ອໃນດໍາລັດຕາປະທັບ, ຜົນງານການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການປະສານງານອົງການຈັດຕັ້ງສັງຄົມລາວ. ພ້ອມກັນນີ້ ຍັງມີການວາງສະແດງຜົນງານຂອງອົງການຈັດຕັ້ງສັງຄົມລາວ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ທ່ຽວຊົມ ແລະ ສະໜັບສະໜູນຜະລິດຕະພັນຂອງບັນດາ ສະມາຄົມ ແລະ ມູນນິທິຕ່າງໆ ທີ່ສູນການຄ້າ ພາກຊັນ.

      ວຽກງານດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໄລຍະ 2 ຫຼື ແຜນງານ CEGGA II ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກ ປະເທດສະວິດເຊີແລນ CH, ເຢຍລະມັນ DE, ແລະ ສະຫະພາບເອີຣົບ EU, ແລະ ຈັດຕັ້ງປະຕິບັດໂດຍ GIZ.

        ໃນຕອນທ້າຍ ທ່ານ ປອ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາອົງການຈັດຕັ້ງສັງຄົມລາວທຸກພາກສ່ວນ ທີ່ພ້ອມກັນຈັດຕັ້ງເຄື່ອນໄຫວຢ່າງມີຄຸນະພາບ ສາມາດເປັນກຳລັງແຮງໃນການຂັບເຄື່ອນ ວຽກງານຕ່າງໆຂອງສັງຄົມໄຫ້ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ; ນອກນີ້ທ່ານຍັງໄດ້ມີຄຳເຫັນເນັ້ນໜັກໃຫ້ແຕ່ລະພາສ່ວນສືບຕໍ່ເຄື່ອນໄຫວ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດຕາມພາລະໜ້າທີ່ ແລະ ລະບຽບກົດໝາຍຂອງ ສປປ ລາວ ຢ່າງເຂັ້ມງວດ ເພື່ອຮັບປະກັນຄຸນນະພາບຂອງວຽກງານໃນການຮັບໃຊ້ສັງຄົມໃຫ້ໄດ້ຮັບການພັດທະນານັບມື້ດີຂຶ້ນ...ຯ