ຂ່າວ: ນາງ ເກດສະໜາ ວິໄລທອງ
ພາບ: ບານ ມູນປະເສີດ + ເກດສະໜາ
ໃນວັນທີ 20 ກຸມພາ 2026 ຢູ່ທີ່ສະໂມສອນ ຄະນະຈັດຕັ້ງສູນກາງພັກ (ຫຼັກ 6) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2025 ແລະ ວາງທິດທາງແຜນການປີ 2026 ໂດຍການເປັນປະທານຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະພັກ ຄະນະຈັດຕັ້ງສູນກາງພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ທົ່ວສຳນັກງານ ຄຈສພ ເຂົ້າຮ່ວມ 300 ກວ່າສະຫາຍ.
ໃນວາລະກອງປະຊຸມ, ສະຫາຍ ວັນນະ ບຸບຜາ ກໍາມະການຄະນະພັກ, ຫົວໜ້າຫ້ອງການ ຄຈສພ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ແລະ ຜ່ານຮ່າງຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງຄະນະຈັດຕັ້ງສູນກາງພັກ; ພ້ອມນີ້ ຜູ້ເຂົ້າຮ່ວມໄດ້ປະກອບຄໍາເຫັນຕໍ່ເອກະສານດັ່ງກ່າວຢ່າງກົງໄປກົງມາ ເພື່ອປັບປຸງເນື້ອໃນໃຫ້ຖືກຕ້ອງ ສອດຄ່ອງ ສ່ອງແສງເຖິງວຽກງານຕົວຈິງ ແລະ ຄົບຖ້ວນສົມບູນຂຶ້້ນ.
ກອງປະຊຸມ, ໄດ້ພ້ອມກັນທົບທວນຄືນບາງບັນຫາທີ່ເປັນຈຸດອ່ອນ-ຂໍ້ຄົງຄ້າງ, ວຽກງານທີ່ຍັງບໍ່ທັນໄດ້ປະຕິບັດ ຫຼື ປະຕິບັດແຕ່ບໍ່ທັນສໍາເລັດຕາມແຜນການທີ່ກໍານົດໄວ້; ຜູ້ເຂົ້າຮ່ວມໄດ້ຕອບຄຳຖາມເຈາະຈີ້ມຂອງປະທານກອງປະຊຸມ ຊອກຫາສາເຫດທີ່ພາໃຫ້ເກີດມີບັນດາຈຸດອ່ອນ ບໍ່ທັນໂລ່ງລ່ຽນ ແລະ ພ້ອມກັນປຶກສາຫາລື, ຊອກຫາວິທີການ ມາດຕະການໃນການຈັດຕັ້ງປະຕິບັດ ແລະ ແກ້ໄຂໃນຕໍ່ໜ້າ ເພື່ອແນໃສ່ປັບປຸງກົນໄກການເຮັດວຽກ, ການນໍາພາ-ຊີ້ນໍາທີ່ແທດເໝາະກັບວຽກງານຕົວຈິງ ໃຫ້ດີຂຶ້ນກວ່າເກົ່າ.
ຕອນທ້າຍກອງປະຊຸມ, ໄດ້ຮັບຟັງຄໍາເຫັນໂອ້ລົມຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ໝາກຜົນການປະຕິບັດວຽກງານ ໃນ 1 ປີຜ່ານມາ ແລະ ເປັນຫ່ວງຕໍ່ຈຸດອ່ອນຂໍ້ຄົງຄ້າງ ພ້ອມທັງໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມກອງປະຊຸມເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ປັບປຸງແບບແຜນວິທີເຮັດວຽກດ້ວຍບາດກ້າວໃໝ່, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ເປັນຕົ້ນແມ່ນທິດທາງແຜນການ, ວຽກງານຈຸດສຸມໃນປີ 2026 ແລະ ປີຕໍ່ໄປ, ຮັບປະກັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ເປັນເສນາທິການວຽກງານຈັດຕັ້ງດ້ວຍຄວາມຈົງຮັກພັກດີ ແລະ ມີຄວາມຮັບຜິດຊອບສູງກວ່າເກົ່າ, ເພີ່ມທະວີປັບປຸງກົນໄກການປະສານງານ, ການປະສານສົມທົບລະຫວ່າງບັນດາການຈັດຕັ້ງພາຍໃນຄະນະຈັດຕັ້ງສູນກາງພັກ ກັບບັນດາອົງການຂອງສູນກາງ ແລະ ທ້ອງຖິ່ນ ໃຫ້ກົມກຽວ ພ້ອມກັນຈັດຕັ້ງປະຕິບັດວຽກງານ ປີ 2026 ໃຫ້ມີຜົນສໍາເລັດຕາມຄາດໝາຍ.