ໂດຍ: ພິດສະໄໝ
ໃນວັນທີ 1 ເມສາ 2026 ຢູ່ທີ່ຫ້ອງຮັບແຂກ ຄະນະຈັດຕັ້ງສູນກາງພັກ (ຄຈສພ), ທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຄອງຄະນິດ ຣັກຈະເລີນ ເອກອັກຄະ ຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ເນື່ອງໃນໂອກາດທີ່ມາດຳລົງຕຳແໜ່ງ ເປັນເອກອັກຄະຣາຊະ ທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ.
ໃນໂອກາດດັ່ງກ່າວ ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ພ້ອມທັງຕີລາຄາສູງຕໍ່ການມາປະຈໍາການຢູ່ ສປປ ລາວ ຂອງ ທ່ານ ນາງ ຄອງຄະນິດ ຣັກຈະເລີນ ເຊິ່ງເປັນການປະກອບສ່ວນສໍາຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ; ທັງສອງຝ່າຍໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບກັນສືບຕໍ່ ຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມືກັນ ເປັນຕົ້ນການຈັດສໍາມະນາຜ່ານລະບົບທາງໄກ ກ່ຽວກັບວຽກງານຄຸ້ມຄອງພະນັກງານ-ລັດຖະກອນ, ວຽກງານປະເມີນຜົນ ແລະ ວຽກພັດທະນາລັດຖະກອນ; ແຜນຈັດສໍາມະນາແບບເຊິ່ງໜ້າ ກ່ຽວກັບວຽກງານຄຸ້ມຄອງລະບົບເງິນເດືອນ ແລະ ນະໂຍບາຍຕ່າງໆຕໍ່ພະນັກງານ-ລັດຖະກອນ, ວຽກງານການພັດທະນາຊັບພະຍາກອນມະນຸດ ແລະ ວຽກງານການປະເມີນຜົນໃຫ້ພະນັກງານ-ລັດຖະກອນ.
ໃນການພົບປະຄັ້ງນີ້, ທ່ານ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ສະເໜີໃຫ້ທ່ານ ເອກອັກຄະຣາຊະທູດ ຊ່ວຍສະໜັບສະໜູນໃນການຈັດຝຶກອົບຮົມໄລຍະສັ້ນ ຫຼື ທັດສະນະສຶກສາ ແລກປ່ຽນບົດຮຽນ ກ່ຽວກັບ ວຽກງານປົກຄອງທ້ອງຖິ່ນ, ວຽກງານພັດທະນາບໍລິຫານລັດ, ການຈັດຝຶກອົບຮົມສໍາລັບພະນັກງານ-ລັດຖະກອນ ແຕ່ລະລະດັບ ໃນຫົວຂໍ້ຕ່າງໆທີ່ຕິດພັນກັບວຽກງານຂອງຄະນະຈັດຕັ້ງສູນກາງພັກ; ສະເໜີໃຫ້ທາງສະຖານທູດຄົ້ນຄວ້າ ແລະ ຈັດສັນທຶນການສຶກສາ ໃຫ້ແກ່ພະນັກງານຂອງຄະນະຈັດຕັ້ງສູນກາງພັກ ໂດຍສະເພາະທຶນການສຶກສາໃນລະດັບປະລິນຍາໂທ ແລະ ປະລິນຍາເອກ ໃນຂົງເຂດວຽກງານການປົກຄອງ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ແລະ ຮ່ວມກັນສືບສານສາຍພົວພັນການຮ່ວມມື ລາວ-ໄທ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມນີ້ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຍັງໄດ້ອວຍພອນໃຫ້ທ່ານເອກອັກຄະຣາຊະທູດ ພ້ອມດ້ວຍຄະນະ ມີສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດສະຫງ່າງາມ ຕະຫຼອດໄລຍະການປະຕິບັດໜ້າທີ່ວຽກງານ ຢູ່ ສປປ ລາວ.
ໂອກາດນີ້ ທ່ານ ເອກອັກຄະຣາຊະທູດໄທ ປະຈໍາ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ຊົມເຊີຍຕໍ່ການປະກອບສ່ວນອັນສຳຄັນຂອງຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ໃນການເພີ່ມທະວີການແລກປ່ຽນ ແລະ ການຮ່ວມມື ລະຫວ່າງ ຣາຊະອານາຈັກໄທ ແລະ ສປປ ລາວ ກໍ່ຄືການແລກປ່ຽນບົດຮຽນການປົກຄອງປະເທດ ແລະ ການບໍລິຫານລັດ, ເພີ່ມທະວີການຄົ້ນຄວ້າ-ແລກປ່ຽນບົດຮຽນດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ ເພື່ອສົ່ງເສີມບົດບາດພາກລັດໃຫ້ເດັ່ນຂຶ້ນ ທັງເປັນການສຶກສາອົບຮົມປະຊາຊົນ ໃຫ້ເຂົ້າໃຈແນວທາງຂອງການຮ່ວມມືນັບມື້ຫຼາຍຂຶ້ນກວ່າເກົ່າ.