ໂດຍ: ບານ ມູນປະເສີດ
ໃນວັນທີ 31 ມີນາ 2026 ຢູ່ທີ່ຫ້ອງຮັບແຂກ ຄະນະຈັດຕັ້ງສູນກາງພັກ ສະຫາຍ ນ. ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິ ວັດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະກະກຽມລ່ວງໜ້າຂອງຝ່າຍຫວຽດນາມ ເຊິ່ງນໍາພາໂດຍ ສະຫາຍ ຫງວຽນ ແມັງ ເກືອງ ກຳມະການສູນກາງພັກ, ຮອງເລຂາຜູ້ປະຈຳການຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ທີ່ເດີນທາງມາເຮັດວຽກກັບຝ່າຍລາວ ໃນລະຫວ່າງວັນທີ 30-31/3/2026 ເພື່ອປຶກສາຫາລືກະກຽມໃຫ້ແກ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ໃນວັນທີ 9/4/2026 ນີ້.
ໃນໂອກາດດັ່ງກ່າວ ຄະນະກະກຽມລ່ວງໜ້າຂອງຝ່າຍຫວຽດນາມ ສະເໜີແລກປ່ຽນຄໍາຄິດເຫັນບາງເນື້ອໃນກ່ຽວກັບວຽກງານກະກຽມຈັດຊຸດຄົ້ນຄວ້າ, ແລກປ່ຽນຫົວຂໍ້ສະເພາະສໍາລັບພະນັກງານການນໍາຂັ້ນສູງຂອງ ສປປ ລາວ ປະຈຳປີ 2026. ໃນໂອກາດອັນມີຄວາມໝາຍສຳຄັນນີ້ ສະຫາຍ ນ. ສີໃສ ລືເດດມູນສອນ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ຕ້ອນຮັບຄະນະກະກຽມລ່ວງໜ້າຂອງຝ່າຍຫວຽດນາມ ທີ່ເດີນທາງມາເຮັດວຽກຢູ່ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນມາຢ້ຽມຢ່າມ ແລະ ເຮັດວຽກຮ່ວມກັບຄະນະຈັດຕັ້ງສູນກາງພັກປະ ຊາຊົນປະຕິວັດລາວໃນຄັ້ງນີ້. ທັງໝົດນັ້ນແມ່ນເພື່ອເສີມສ້າງ ແລະ ຮັດແໜ້ນຄວາມສາມັກຄີຂອງສອງພັກ-ສອງລັດ ກໍ່ຄື ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວໃຫ້ນັນມື້ເຂັ້ມແຂງຂຶ້ນ. ການພົບປະຄັ້ງນີ້ທັງສອງຝ່າຍໄດ້ລາຍງານສະພາບການຕ່າງໆ ແລະ ທົບທວນການພົວພັນ, ຮ່ວມມືລະຫວ່າງສອງພັກ, ສອງລັດ ລາວ-ຫວຽດນາມ ເພື່ອສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ, ແລກປ່ຽນບົດຮຽນວຽກງານພັກ, ພະນັກງານ, ວຽກງານປັບປຸງກົງຈັກການຈັດຕັ້ງ; ນອກນີ້ຍັງໄດ້ມີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຂັ້ນວິຊາການ ເພື່ອປຶກສາຫາລືວຽກຍຸດທະສາດ ແລະ ວຽກວິຊາການຮ່ວມກັນ. ໄລຍະຜ່ານມາຝ່າຍລາວໄດ້ຈັດສົ່ງຄະນະຜູ້ແທນຂັ້ນສູງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກກັບຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມຫຼາຍຊຸດ.
ໃນຕອນທ້າຍ ສະຫາຍ ສະຫາຍ ນ. ສີໃສ ລືເດດມູນສອນ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນໍາ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ຂໍອວຍພອນໄຊມາຍັງ ສະຫາຍ ຫງວຽນ ແມັງ ເກືອງ ພ້ອມດ້ວຍຄະນະກະກຽມລ່ວງໜ້າຂອງຝ່າຍຫວຽດນາມ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານທຸກປະການ...ຯ