ໂດຍ: ວັນທອງ ໄສຊົງມົວ
ໂດຍປະຕິບັດຕາມຄຳສັ່ງ ຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເລກທີ 01/ກມສພ, ລົງວັນທີ 03 ມັງກອນ 2018 ແລະ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເລກທີ 28/ຄຈສພ, ລົງວັນທີ 14 ກຸມພາ 2025 ແລະ ອີງຕາມມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທົ່ວອົງຄະນະພັກແຂວງອຸດົມໄຊ ປະຈໍາປີ 2025 ເລກທີ 0057/ຄປພຂ, ລົງວັນທີ 05 ກຸມພາ 2026.
ວັນທີ 20 ມີນາ 2026 ນີ້, ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ ໄດ້ຈັດປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ, ວັນນັກຮົບເສຍອົງຄະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2025. ພາຍໃຕ້ການເປັນປະທານກອງປະຊຸມຂອງ ສະຫາຍ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ; ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 197 ສະຫາຍ, ຍິງ 74 ສະຫາຍ.
ອົງຄະນະພັກແຂວງອຸດົມໄຊ ປະກອບມີ 7 ອົງຄະນະພັກເມືອງ, ສອງອົງຄະນະພັກກອງບັນຊາການ ປກຊ ແລະ ປກສ ແຂວງ: ມີຈັດຕັ້ງຮາກຖານພັກທັງໝົດ 1,019 ຮາກຖານ; ໃນນີ້ ມີ 91 ຄະນະພັກຮາກຖານ ແລະ 928 ໜ່ວຍພັກ; ຂັ້ນແຂວງມີ 120 ຮາກຖານ(103 ໜ່ວຍພັກ), ຂັ້ນເມືອງ ມີ 899 ຮາກຖານ (825 ໜ່ວຍພັກ); ແບ່ງອອກເປັນໜ່ວຍພັກສຳນັກງານ-ອົງການ 445 ໜ່ວຍພັກ ແລະ ໜ່ວຍພັກບ້ານ 483 ໜ່ວຍພັກ. ທົ່ວແຂວງ ມີສະມາຊິກພັກທັງໝົດ 18,592 ສະຫາຍ, ຍິງ 4,473 ສະຫາຍ; ສະມາຊິກພັກສົມບູນ 17,722 ສະຫາຍ, ຍິງ 4,262 ສະຫາຍ; ສະມາຊິກພັກສຳຮອງ 870 ສະຫາຍ, ຍິງ 211 ສະຫາຍ.
ໃນປີ 2025 ມີໜ່ວຍພັກທີ່ສ້າງແຜນສູ້ຊົນທັງໝົດ 940 ໜ່ວຍພັກ ຜ່ານການຊຸກຍູ້, ຕິດຕາມ, ກໍ່ສ້າງ ແລະຕີລາຄາປະເມີນຜົນມີໜ່ວຍພັກທີ່ສະເໜີໃຫ້ຄະນະຮັບຜິດຊອບຂັ້ນແຂວງ ຄົ້ນຄວ້າພິຈາລະນາ ທັງໝົດ 744 ໜ່ວຍພັກ ຜ່ານການກວດກາ ແລະ ຄົ້ນຄວ້າຂອງຄະນະຮັບຜິດຊອບຂັ້ນແຂວງ ແລະ ຄະນະປະຈໍາພັກແຂວງ ໄດ້ເຫັນດີຮັບຮອງເອົາໜ່ວຍພັກທີ່ມີມາດຖານ-ເງື່ອນໄຂຄົບຖ້ວນ ຈໍານວນ 725 ໜ່ວຍພັກ ແລະ ບໍ່ເຫັນດີຮັບຮອງ 19 ໜ່ວຍພັກ. ຄະນະປະຈໍາພັກແຂວງ ໄດ້ຕົກລົງຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ດັ່ງນີ້:
ການຈັດປະເພດໜ່ວຍພັກ: ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ: 725 ໜ່ວຍພັກ ກວມ 78.12% ຂອງທົ່ວແຂວງ; ໜ່ວຍພັກສຳນັກງານ-ອົງການ: 380 ໜ່ວຍພັກ, ເທົ່າກັບ 85,39%; ໜ່ວຍພັກບ້ານ: 345 ໜ່ວຍພັກ, ເທົ່າກັບ 71,42%; ໜ່ວຍພັກແຂງ: 108 ໜ່ວຍພັກ; ໜ່ວຍພັກ ກາງ: 26 ໜ່ວຍພັກ; ໜ່ວຍພັກ ອ່ອນ: 2 ໜ່ວຍພັກ; ໜ່ວຍພັກ ບໍ່ໄດ້ຈັດປະເພດ: 67 ໜ່ວຍພັກ.
ການຈັດປະເພດສະມາຊິກພັກ ທັງໝົດ 16,574 ສະຫາຍ: ປະເພດແຂງ: 16,216 ສະຫາຍ, ເທົ່າກັບ 87,22%; ປະເພດກາງ: 350 ສະຫາຍ, ເທົ່າກັບ 1,88%; ປະເພດອ່ອນ ແລະ ເສຍທາດ: 8 ສະຫາຍ, ເທົ່າກັບ 0,04%; ບໍ່ໄດ້ຈັດປະເພດ: 1,007 ສະຫາຍ, ເທົ່າກັບ 5,41%.
ຕະຫຼອດໄລຍະຜ່ານມາ ຄະນະປະຈຳພັກແຂວງອຸດົມໄຊ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາໃນການຈັດຕັ້ງ, ຜັນຂະຫຍາຍເນື້ອໃນຄຳສັ່ງ ແລະ ຄຳແນະນຳຂອງຂັ້ນເທິງ ໂດຍຫັນມາເປັນແຈ້ງການແນະນໍາຂອງຄະນະປະຈໍາພັກແຂວງ ສະບັບເລກທີ 723/ຄປພຂ, ລົງວັນທີ 09/05/2025 ການຈັດຕັ້ງປະຕິບັດ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ເລກທີ 28/ຄຈສພ ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນອັນລະອຽດ ແລະ ໄດ້ອອກແຈ້ງການ ແລະ ປຶ້ມຄູ່ມືຂອງຄະນະຈັດຕັ້ງແຂວງເພື່ອແນະນໍາຊຸກຍູ້ຄະນະພັກແຕ່ລະຂັ້ນໃນຂອບເຂດທົ່ວແຂວງເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ດ້ວຍຄວາມຮັບຜິດຊອບສູງ. ບັນດາຮາກຖານ ກໍໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ໂດຍການຄົ້ນຄວ້າຄະນະຮັບຜິດຊອບຂັ້ນຕົນເພື່ອສ້າງແຜນການ, ສະຫຼຸບຕີລາຄາປະເມີນຜົນ ແລະ ວາງທິດທາງແຜນການສູ້ຊົນກໍ່ສ້າງໜ່ວຍພັກຂອງຕົນ ໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍອີງຕາມ ມາດຖານເງື່ອນໄຂທີ່ລະບຸໄວ້ ໃນຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ຄໍາແນະນໍາ 28/ຄຈສພ. ຕິດພັນກັບວຽກງານ 3 ສ້າງ, ການຈັດຕັ້ງປະຕິບັດບັນດາຂໍ້ແຂ່ງຂັນຂອງອົງການຈັດຕັ້ງມະຫາຊົນ, ການສ້າງບ້ານພັດທະນາ, ບ້ານວັດທະນະທຳ, ບ້ານແບບຢ່າງໃນການປະຕິບັດກົດ ໝາຍ ເຂົ້າໃນການຕີລາຄາປະເມີນຜົນ ເພື່ອແນໃສ່ໜ່ວຍພັກທີ່ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ຮັບປະກັນໄດ້ດ້ານຄຸນນະພາບ; ບັນດາຮາກຖານພັກ ໄດ້ຮັບການກໍ່ສ້າງ, ປັບປຸງ ຕາມ 5 ຫຼັກການ ແລະ 3 ທິດນໍາກໍ່ສ້າງພັກ; ບັນດາການຈັດຕັ້ງໃນລະບົບການເມືອງຢູ່ບັນດາໜ່ວຍພັກ ໄດ້ຮັບການປັບປຸງ ແລະ ເຄື່ອນໄຫວຖືກຕ້ອງ ຕາມພາລະບົດບາດຂອງການຈັດຕັ້ງ, ຄະນະໜ່ວຍພັກ, ສະມາຊິກພັກສ່ວນຫຼາຍກໍາແໜ້ນ ແລະ ປະຕິບັດໜ້າທີ່, ຄວາມຮັບຜິດຊອບຂອງຕົນ, ເຄົາລົບ ແລະ ປະຕິບັດຕາມກົດລະບຽບຂອງພັກ; ສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າໄດ້ຮັບການເຊີດຊູສູງຂຶ້ນ; ບັນດາໜ່ວຍພັກໄດ້ເອົາໃຈໃສ່ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດພັນກັບການຮັກສາລະບອບດໍາເນີນຊີວິດໜ່ວຍພັກ ປະຈໍາເດືອນ ປົກກະຕິ, ເຮັດໃຫ້ສະມາຊິກພັກ ມີສະຕິເຄົາລົບການຈັດຕັ້ງ ແລະ ປະຕິບັດລະບຽບວິໄນຂອງພັກຢ່າງເຂັ້ມງວດ ເຊິ່ງເຮັດໃຫ້ການຈັດຕັ້ງພັກ, ສະມາຊິກພັກມີການເຕີບໃຫຍ່ຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບ ທຸກສໍານັກງານ ແລະ ຮາກຖານບ້ານໄດ້ມີການຈັດຕັ້ງຮາກຖານພັກ ແລະ ມີສະມາຊິກພັກນໍາພາ.
ການນໍາພາປະຕິບັດໜ້າທີ່ການເມືອງ ເຫັນວ່າບັນດາໜ່ວຍພັກ ແຕ່ລະຂົງເຂດວຽກງານ ແລະ ບ້ານສ່ວນຫຼາຍແມ່ນຮູ້ຜັນຂະຫຍາຍ ແລະ ປະຕິບັດພາລະບົດບາດຂອງຕົນ ຊຶ່ງຍາດໄດ້ຜົນສໍາເລັດ ດັ່ງນີ້:
1). ການຄົ້ນຄວ້າເຊື່ອມຊຶມກໍາແໜ້ນ ນິຕິກຳທີ່ກ່ຽວຂ້ອງທີ່ມີເນື້ອໃນລະອຽດ, ຈະແຈ້ງ, ຮັດກຸ່ມ, ຊັດເຈນມີການເຜີຍແຜ່, ແນະນໍາ ເພື່ອສ້າງຄວາມຮັບຮູ້ເປັນເອກະພາບ ໃຫ້ບັນດາໜ່ວຍພັກ ເປັນບ່ອນອີງທີ່ສໍາຄັນໃຫ້ແກ່ການຈັດຕັ້ງປະຕິບັດຖືກຕ້ອງ ແລະ ມີຜົນສໍາເລັດ.
2). ການໃຫ້ຄວາມສໍາຄັນ ແລະ ການເພີ່ມທະວີຄວາມຮັບຜິດຊອບນໍາພາ-ຊີ້ນໍາຂອງຄະນະພັກ ແລະ ຄະນະຮັບຜິດຊອບແຕ່ລະຂັ້ນ, ຄວາມເປັນເຈົ້າການຂອງໜ່ວຍພັກ ໃນການຕິດຕາມ, ກວດກາ, ຊຸກຍູ້ຢ່າງຕໍ່ເນື່ອງ ຕໍ່ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນປັດໃຈສໍາຄັນ, ຕົ້ນຕໍ່ຮັບປະກັນຄຸນນະພາບຂອງວຽກງານດັ່ງກ່າວ.
3). ການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ມີຄຸນນະພາບຕ້ອງປະຕິບັດໃຫ້ຖຶກຕ້ອງ, ຄົບຖ້ວນຕາມບາດກ້າວ, ຂັ້ນຕອນ ທີ່ກໍານົດໄວ້; ການສະຫຼຸບຕີລາຄາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕ້ອງບົນພື້ນຖານມາດຕາຖານ, ເງື່ອນໄຂ, ຜົນສໍາເລັດຕົວຈິງ ແລະ ເອົາໃຈໃສ່ແກ້ໄຂທັດສະນະຕີລາຄາແບບຜິວເຜີນ, ຮູບການ, ສະເລ່ຍ, ເອົາອົກເອົາໃຈກັນ.
4). ສ້າງຄວາມຮັບຮູ້, ເຂົ້າໃຈຂອງຄະນະໜ່ວຍພັກ ກ່ຽວກັບວິທີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ສົມທົບກັບຄວາມເປັນເຈົ້າການຂອງຄະນະໜ່ວຍພັກ, ສະມາຊິກພັກ ເປັນເງື່ອນໄຂສໍາຄັນ ເຮັດໃຫ້ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະສົບຜົນສໍາເລັດ ສ້າງໄດ້ສະມາຊິກພັກ ທີ່ມີຄຸນນະພາບ.
ທິດທາງແຜນການສູ້ຊົນ ປີ 2026.
ໃນປີ 2026, ທົ່ວແຂວງໄດ້ວາງຄາດໝາຍສູ້ຊົນສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈໍານວນ 914 ໜ່ວຍພັກ ເທົ່າກັບ 98.49% ຂອງໜ່ວຍພັກທັງໝົດ ໃນທົ່ວແຂວງ.