ໂດຍ: ບານ ມູນປະເສີດ
ໃນຕອນເຊົ້າຂອງວັນທີ 6 ເມສາ 2026, ຢູ່ທີ່ໂຮງແຮມຮໍລິເດອິນ ນະຄອນຫຼວງວຽງຈັນ, ອົງການກວດສອບແຫ່ງລັດ ໄດ້ເປີດກອງປະຊຸມວຽກງານກວດສອບແຫ່ງລັດທົ່ວປະເທດ ປະຈຳປີ 2026 ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ, ປະທານອົງການກວດສອບແຫ່ງລັດ, ມີບັນດາທ່ານຮອງປະທານ ອົງການກວດສອບແຫ່ງລັດ, ຄະນະນໍາຂອງອົງການກວດສອບປະຈໍາພາກ, ຄະນະນໍາຂອງບັນດາກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ, ພະນັກງານນັກກວດສອບທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນຍິ່ງໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ເຂົ້າໃນວຽກງານຕົວຈິງ, ໃນກອງປະຊຸມ ທ່ານ ແສງເພັດ ສີຫາວົງ ຫົວໜ້າກົມປະເມີນຄຸນນະພາບການກວດສອບ ໄດ້ລາຍງານບົດສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2025, ທິດທາງແຜນການປີ 2026 ຂອງອົງການກວດສອບແຫ່ງລັດ, ຜົນສຳເລັດທີ່ພົ້ນເດັ່ນໃນປີ 2025 ແມ່ນສາມາດດຳເນີນການກວດສອບໄດ້ທັງໝົດ 154 ເປົ້າໝາຍ ເທົ່າກັບ 100% ຂອງແຜນການ. ຜ່ານການກວດສອບ ແລະ ຊຸກຍູ້ການແກ້ໄຂ, ສາມາດເກັບກູ້ລາຍຮັບມອບຄືນງົບປະມານແຫ່ງລັດໄດ້ທັງໝົດ 5,303.17 ຕື້ກີບ ແລະ 310,000 ໂດລາສະຫະລັດ. ນອກຈາກນີ້, ຍັງໄດ້ຍົກໃຫ້ເຫັນຜົນສຳເລັດຂອງ 6 ແຜນວຽກຈຸດສຸມ ໂດຍສະເພາະການບັນຈຸວຽກງານກວດສອບເຂົ້າໃນລັດຖະທຳມະນູນ ສະບັບປີ 2025 ເພື່ອເພີ່ມສິດໃຫ້ອົງການກວດສອບແຫ່ງລັດດຳເນີນການກວດສອບຢ່າງເປັນເອກະລາດ. ກອງປະຊຸມຍັງໄດ້ປຶກສາຫາລືຢ່າງເຈາະຈົງກ່ຽວກັບການກວດສອບໃນຂົງເຂດທີ່ມີຄວາມສ່ຽງ ເປັນຕົ້ນແມ່ນ: ການກວດສອບຂຸດຄົ້ນແຮ່ຄຳແບບທົດລອງ ທີ່ພົບເຫັນການຂຸດຄົ້ນເກີນເນື້ອທີ່, ການຄຸ້ມຄອງເຂດເສດຖະກິດພິເສດ, ລວມເຖິງການເລັ່ງທວງມອບລາຍຮັບເຂົ້າງົບປະມານຈາກບັນດາໂຄງການລົງທຶນ ແລະ ວິສາຫະກິດຂອງລັດ.
ໃນຕອນທ້າຍ ປະທານກອງປະຊຸມທ່ານ ວຽງທະວີສອນ ເທບພະຈັນ ໄດ້ກ່າວສະຫຼຸບຜົນຂອງກອງປະຊຸມ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍ ແລະ ຕີລາຄາສູງຕໍ່ບັນຍາກາດການປະກອບຄຳເຫັນຢ່າງຟົດຟື້ນ ແລະ ກົງໄປກົງມາ ຂອງບັນດາກົມວິຊາສະເພາະ ແລະ ອົງການກວດສອບປະຈຳພາກ. ທ່ານປະທານໄດ້ເນັ້ນໜັກໃຫ້ທົ່ວອົງການກວດສອບແຫ່ງລັດຍົກສູງຄວາມຮັບຜິດຊອບ “ເລັ່ງໃສ່ລະດົມມັນສະໝອງ ແລະ ຄວາມຄິດຄວາມເຫັນ” ເພື່ອປັບປຸງແບບແຜນວິທີເຮັດວຽກ ໃຫ້ມີບາດກ້າວໃໝ່ ທີ່ໜັກແໜ້ນ, ຊັດເຈນ ແລະ ເກີດດອກອອກຜົນດີຂຶ້ນກວ່າເກົ່າ ເພື່ອສ້າງຄວາມເຂົ້າໃຈທີ່ເປັນເອກະພາບໃນການຈັດຕັ້ງປະຕິບັດ. ພ້ອມນັ້ນ, ທ່ານຍັງໄດ້ຊີ້ນຳໃຫ້ແຕ່ລະພາກສ່ວນຮີບຮ້ອນກວດກາຄືນບັນຫາທີ່ຍັງຄ້າງຄາ ໂດຍສະເພາະການເກັບກູ້ລາຍຮັບຢູ່ນອກລະບົບງົບປະມານ ໃຫ້ມີຜົນສຳເລັດ ແລະ ທັນຕາມກຳນົດເວລາ...ຯ