ພາບ-ຂ່າວ: ບານ ມູນປະເສີດ
ຕອນເຊົ້າວັນທີ 17 ມີນາ 2026 ຢູ່ສະໂມສອນ ຄຈສພ (ຫຼັກ 6) ໄດ້ຈັດກອງປະຊຸມ ປະກາດການຍົກຍ້າຍພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ຢູ່ບ່ອນໃໝ່ ພາຍໃຕ້ການເປັນປະທານຂອງສະຫາຍ ນ. ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ. ມີບັນດາຄະນະພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກົມ, ຄະນະພະແນກ ຕະຫຼອດຮອດພະນັກງານວິຊາການຂອງຂະແໜງຈັດຕັ້ງເຂົ້າຮ່ວມຈຳນວນ 212 ສະຫາຍ, ຍິງ 83 ສະຫາຍ.
ໃນກອງປະຊຸມ ສະຫາຍ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍພະນັກງານການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່ ສະບັບເລກທີ 16/ກມສພ ນະຄອນຫຼວງວຽກຈັນ, ວັນທີ 11/03/2026 ກົມການເມືອງສູນກາງພັກອອກຄຳສັ່ງ: ຍົກຍ້າຍ ສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄປຮັບໜ້າທີ່ໃໝ່ຢູ່ສະພາແຫ່ງຊາດ; ຄຳສັ່ງເລກທີ 17/ກມສພ ນະຄອນຫຼວງວຽກຈັນ, ວັນທີ 11/03/2026 ກົມການເມືອງສູນກາງພັກອອກຄຳສັ່ງ: ຍົກຍ້າຍ ສະຫາຍ ນ. ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄປຮັບໜ້າທີ່ໃໝ່ຢູ່ສູນກາງແນວລາວສ້າງຊາດ.
ຕອນທ້າຍ ສະຫາຍ ນ. ສີໃສ ລືເດດມູນສອນ ປະທານກອງປະຊຸມໄດ້ມີຄຳເຫັນໂອ້ລົມ ແລະ ສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ສອງສະຫາຍທີ່ໄດ້ຮັບການຍົກຍ້າຍໄປຮັບໜ້າທີ່ຢູ່ບ່ອນໃໝ່ ເຊິ່ງສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ, ໄວ້ວາງໃຈຂອງຂັ້ນເທິ່ງ ທີ່ເຫັນວ່າໄລຍະຜ່ານມາສາມາດນຳພາ-ຊີ້ນຳສ້າງໄດ້ຜົນງານຫຼາຍດ້ານ ຍ້ອນມີຄວາມບຸກບືນ ຝຶກຝົນຫຼໍ່ຫຼອມຕົນເອງຂອງສອງສະຫາຍຢ່າງຕັ້ງໜ້າ ສາມາດເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ຈົນກາຍເປັນການນໍາຂັ້ນສູງທີ່ມີບົດບາດ, ມີບົດຮຽນ ແລະ ປະສົບການ ໃນການນໍາພາ-ຊີ້ນຳເຮັດສຳເລັດໜ້າທີ່ການເມືອງເປັນຢ່າງດີ; ສະຫາຍຍັງເນັ້ນໜັກໃຫ້ບັນດາສະຫາຍທີໄດ້ຮັບການຍົກຍ້າຍ ສືບຕໍ່ນຳເອົາບົດຮຽນ, ປະສົບການ ກໍຄືຄວາມຮູ້, ຄວາມສາມາດ, ສະຕິປັນຍາ ແລະ ເຫື່ອແຮງ ໄປມູນໃຊ້ເຂົ້າໃນວຽກງານທີ່ຕົນຮັບຜິດຊອບໃຫ້ໄດ້ຮັບການຈັດຕັ້ງປະຕິບັດໄດ້ຮັບຜົນດີຍິ່ງໆຂຶ້ນ ເອົາໃຈໃສ່ໃຫ້ຄວາມຮ່ວມມື, ສາມັກຄີເປັນປຶກແຜ່ນ ພ້ອມກັນເຮັດໜ້າທີ່ການເມືອງຂອງຕົນໃຫ້ບັນລຸຜົນຕາມລະດັບໝາຍທີ່ວາງໄວ້.