ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 9,085,420
wc   ປີກາຍ: 500,014
wc   ປີນີ້: 575,498
   ເດືອນແລ້ວ: 47,520
   ເດືອນນີ້: 4,582
   7 ວັນລ່າສຸດ: 1,452
   ມື້ນີ້: 320
ພິທີເປີດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຂອງກະຊວງສາທາລະນະສຸກ
ຈຳນວນຜູ້ອ່ານ: 42
ອະນຸມັດວັນທີ: 06/03/2026

ໂດຍ: ນ. ເກດສະໜາ ວິໄລທອງ

ພາບຖ່າຍ: ນ. ພິດສະໄໝ ວິໄລຮັກ

        ໃນວັນທີ 27 ກຸມພາ 2026 ຢູ່ທີ່ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ໄດ້ຈັດພິທີເປີດ ຮຽນທິດສະດີການເມືອງ ຂັ້ນຕົ້ນໄລຍະສັ້ນ 3 ເດືອນ ຊຸດທີ III ໃຫ້ພະນັກງານຫຼັກແຫຼ່ງອອ້ອມຂ້າງກະຊວງສາທາລະ ນະສຸກ. ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ດຣ ໄພວັນ ແກ້ວປະເສີດ ຮອງເລຂາຄະນະພັກກະຊວງ, ຮອງລັດ ຖະມົນກະຊວງສາທາລະນະສຸກ ແລະ ສະຫາຍ ປທ ນ. ບຸນມີ ຈຸນລະຈັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ບັນດາຄູອາຈານ ມາຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຈາກກະຊວງສາ ທາລະນະສຸກ, ຄະນະຮັບຜິດຊອບການຮຽນ-ການສອນ ແລະ ນັກສໍາມະນາກອນທີ່ເປັນພະນັກງານຫຼັກແຫຼ່ງອ້ອມຂ້າງ ກະຊວງສາທາລະນະສຸກ ເຂົ້າຮ່ວມທັງໝົດ 60 ສະຫາຍ, ຍິງ 31 ສະຫາຍ.

        ການຮຽນທິດສະດີການເມືອງຂັ້ນຕົ້ນໃນຄັ້ງນີ້ຈະໄດ້ພ້ອມກັນສຸມໃສ່ຄົ້ນຄວ້າຮໍ່າຮຽນທິດສະດີການເມືອງ ແລະ ການປົກຄອງ ທີ່ເປັນພື້ນຖານຈໍານວນໜື່ງ ເຊັ່ນ: ຫຼັກມູນທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ  (ໂດຍ ສະເພາະແມ່ນ ມະຕິ XII ຂອງພັກ), ວຽກງານບໍລິຫານການປົກຄອງ ແລະ ກົດໝາຍພື້ນຖານຈໍານວນໜື່ງ. ຈຸດປະສົງ ຂອງການຮຽນຄັ້ງນີ້ເຮັດໃຫ້ນັກສໍາມະຫາກອນໄດ້ຮັບຮູ້ ແລະ ປັບປຸງທັດສະນະຫຼັກໝັ້ນການເມືອງ, ເປັນການຝຶກຝົນຫຼໍ່ ຫຼອມຕົນເອງທາງດ້ານຄຸນສົມບັດສິນທໍາປະຕິວັດ, ສ້າງແບບແຜນການດໍາລົງຊີວິດໃຫ້ປອດໃສ, ຂາວສະອາດ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູ, ເປັນການປະກອບສ່ວນໃນການກໍ່ສ້າງພັກ ໃຫ້ມີຄວາມເຂັ້ມແຂງທາງດ້ານ ການຈັດຕັ້ງ ການປະຕິບັດລະບຽບວິໄນເຂັ້ມງວດຂຶ້ນ, ຫ້າວຫັນບຸກບືນສູ້ຊົນປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບ ໝາຍຢ່າງມີຜົນສໍາເລັດ.

        ໃນຕອນທ້າຍກອງປະຊຸມ, ສະຫາຍ ດຣ ໄພວັນ ແກ້ວປະເສີດ ຍັງໄດ້ເໜັ້ນໜັກໃຫ້ນັກສໍາມະນາກອນພ້ອມ ກັນຕັ້ງໜ້າສຶກສາ, ຄົ້ນຄ້ວາຮ່ຳຮຽນ, ຝຶກຝົນຕົນເອງທາງດ້ານຄຸນສົມບັດສິນທໍາປະຕິວັດ, ຄົ້ນຄ້ວາຮ່ຳຮຽນທິດສະດີ ມາກ-ເລນິນ, ແນວທາງນະໂຍບາຍຂອງພັກ, ຍົກສູງລະດັບຄວາມຮູ້ຄວາມສາມາດຂອງຕົນໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ, ສິ່ງສຳຄັນອັນໜຶ່ງ ແມ່ນການຮຽນຮູ້ວຽກງານຂອງພັກ, ຮຽນແລ້ວໃຫ້ຮູ້ເຮັດວຽກພັກໃຫ້ຖືກຕາມຫຼັກການ ແລະ ທິດ ນຳຂອງພັກ ເພື່ອຍົກສູງຄຸນນະພາບການນຳພາຂອງພັກ ພ້ອມທັງມີການປັບປຸງປົວແປງພັກໃຫ້ມີຄວາມປອດໃສ, ເຂັ້ມ ແຂງ ແລະ ໜັກແໜ້ນ.