ໂດຍ: ພິດສະໄໝ
ໃນວັນທີ 03 ກຸມພາ 2026 ທີ່ສະຖານທູດຫວຽດນາມ ປະຈໍາ ສປປ ລາວ, ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພະນັກ ງານຫຼັກແຫຼ່ງຄະນະຈັດຕັ້ງສູນກາງພັກ ໄດ້ເຂົ້າອວຍພອນສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ (03/02/1930- 03/02/2026).
ໃນໂອກາດນີ້, ສະຫາຍ ນາງ ບຸດສະດີ ທະນະເມືອງ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນໍາ ສະແດງຄວາມຊົມເຊີຍ ແລະ ອວຍພອນສະຫາຍ ຫງວຽນ ມິງ ເຕິມ ພ້ອມດ້ວຍພະນັກງານສະຖານທູດທຸກສະຫາຍ ທີ່ສາມາດຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງຫຼາຍດ້ານ ແລະ ຕີລາຄາສູງຕໍ່ການປົກປັກຮັກສາ ແລະ ສ້າງສາພັດທະນາຂອງ ສສ ຫວຽດນາມ ໃນຕະຫຼອດໄລຍະຜ່ານມາ ພ້ອມທັງໄດ້ລາຍງານໃຫ້ຊາບ ກ່ຽວກັບບາງວຽກງານທີ່ສຳຄັນ ເພື່ອສືບຕໍ່ການຮ່ວມມືກັນລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ທີ່ຍາມໃດກໍ່ໄດ້ໃຫ້ການຮ່ວມມື, ອຳນວຍຄວາມສະດວກ ກັບຄະນະຈັດຕັ້ງສູນກາງພັກ ໃນການຈັດຕັ້ງປະຕິບັດທຸກໜ້າທີ່ວຽກງານຕະຫຼອດໄລຍະຜ່ານມາ.
ຈາກນັ້ນ, ສະຫາຍ ຫງວຽນ ມິງ ເຕິມ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ນາງ ບຸດສະດີ ທະນະເມືອງ ພ້ອມດ້ວຍຄະນະ ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ; ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດຂອງປະຊາຊົນລາວ ທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແລະ ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ກໍ່ຄືປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ມີຄວາມໝັ້ນຄົງທະນົງແກ່ນຕະຫຼອດໄປ.