ໂດຍ: ອານຸລັກ
ໃນວັນທີ 27 ພະຈິກ 2025, ກະຊວງສາທາລະນະສຸກ ໄດ້ຈັດພິທີປີດຊຸດຝຶກອົບຮົມທິດສະດີຂັ້ນຕົ້ນ ໄລຍະ 3 ເດືອນ ຊູດທີ 2 ປີ 2025 ທີ່ສະຖາບັນສາທາລະນະສຸກ ແລະ ການແພດເຂດຮ້ອນ ໂດຍການເປັນປະທານຮ່ວມຂອງ ສະຫາຍ ນາງ ອາພອນ ວິຊາເທບ ກຳມະການປະຈໍາພັກກະຊວງ, ປະທານກວດກາພັກກະຊວງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ສະຫາຍ ປທ ນາງ ບຸນມີ ຈູນລະຈັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາຄູ-ອາຈານ ແລະ ພະນັກງານຫລັກແຫລ່ງ ກົມ, ກອງອ້ອມຂ້າງກະຊວງ ເຂົ້າຮ່ວມ.
ບົດຮຽນທີ່ນໍາມາຝຶກອົບຮົມໃນຄັ້ງນ້ປະກອບມີ 10 ບົດຄື: ບົດທີ1 ພາກວິຊາ ປັດສະຍາ-ມາກເລນິນ, ບົດທີ2 ພາກວິຊາ ເສດຖະສາດການເມືອງມາກ-ເລນິນ, ບົດທີ3 ພາກວິຊາ ລັດທິສັງຄົມວິທະຍາສາດ, ບົດທີ 4 ການເມືອງວິທະຍາ, ບົດທີ5 ສັງຄົມສາດ, ບົດທີ 6 ແນວຄິດໄກສອນ ພົມວິຫານ, ບົດທີ 7 ການຄຸ້ມຄອງບໍລິຫານລັດ, ບົດທີ 8 ທິດສະດີລັດທິ ແລະ ກົດໝາຍ, ບົດທີ 9 ເຕັກນິກບໍລິຫານ, ບົດທີ 10 ປະຫວັດສາດພັກ ແລະ ກໍ່ສ້າງພັກ. ນອກນັ້ນ ຍັງເຄື່ອນໄຫວນອກຫຼັກສູດເພີ່ມເຕີມ ເພື່ອໃຫ້ນັກຮຽນເກັບກ່ຽວທິດສະດີ ແລະ ພຶດຕິກໍາຕົວຈິງສ້າງວິໄສທັດ, ທັດສະນະຄະຕິທີ່ກວ້າງຂວາງ, ຕິດພັນແລກປ່ຽນບົດຮຽນວິຊາສະເພາະການພັດທະນາລະບົບສາທາລະນະສຸກຜ່ານບັນຫາ ແລະ ສິ່ງທ້າທາຍທີ່ຈະໄດ້ຮັບການແກ້ໄຂ.
ຊຸດຝຶກອົບຮົມຄັ້ງນີ້ ເປັນການສ້າງຄວາມເຂົ້າຮູ້,ຄວາມເຂົ້າໃຈເລິກເຊິ່ງກໍາແໜ້ນໄດ້ທິດສະດີຂອງພັກ, ກໍາແໜ້ນເນື້ອໃນຈິດໃຈແນວທາງນະໂຍບາຍຂອງພັກເປັນແຕ່ລະໄລຍະ, ການກໍ່ສ້າງຮາກຖານການເມືອງ ແລະ ຍັງເປັນການປັບປຸງແບບແຜນວິທີເຮັດວຽກຢ່າງເປັນລະບົບ ແລະ ສາມາດນໍາເອົາຄວາມຮູ້ທາງດ້ານທິດສະດີມາສົມທຽບໃສ່ພຶດຕິກໍາຕົວຈິງ ເພື່ອນໍາມາຖອດຖອນບົດຮຽນນໍາໃຊ້ໃນການຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ.