ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 9,085,420
wc   ປີກາຍ: 500,014
wc   ປີນີ້: 575,498
   ເດືອນແລ້ວ: 47,520
   ເດືອນນີ້: 4,582
   7 ວັນລ່າສຸດ: 1,452
   ມື້ນີ້: 320
ພິທີປະດັບຫຼຽນກາລະນຶກ 50 ປີ ສປປ ລາວ ໃຫ້ແກ່ບັນດາການນໍາ ແລະ ອະດີດການນໍາ ຂອງ ພັກ-ລັດ
ຈຳນວນຜູ້ອ່ານ: 53
ອະນຸມັດວັນທີ: 24/11/2025

ພາບ-ຂ່າວ: ພູວອນ ອານຸວົງ

       ໃນຕອນເຊົ້າຂອງວັນທີ 20 ພະຈິກ 2025 ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 - 2 ທັນວາ 2025), ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ,ປະທານປະເທດ ແຫ່ງ ສປປ ລາວ; ມີ ອະດີດ ເລຂາທິການໃຫຍ່, ອະດີດປະທານປະເທດ, ບັນດາສະຫາຍ ກຳມະການກົມການເມືອງສູນກາງພັກ, ບັນດາສະຫາຍ ກຳມະການສູນກາງພັກ ພ້ອມດ້ວຍອະດີດການນຳ ແລະ ບັນດາການນຳຂອງກະຊວງ-ອົງການ ພະນັກງານ-ສະມາຊິກພັກເຂົ້າຮ່ວມ.

        ໃນພິທີ ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານລັດຖະດຳລັດ ປະທານປະເທດວ່າດ້ວຍການປະດັບຫຼຽນກາລະນຶກ50ປີ ແລະ ດຳເນີນພິທີປະດັບຫຼຽນໃຫ້ແກ່ບັນດາສະຫາຍການນຳຂັ້ນສູງ ແລະ ອະດີດການນຳ ດັ່ງນີ້: ປະດັບຫຼຽນກາລະນຶກ50ປີ ວັນສະຖາປານາ ສປປ ລາວ ໃຫ້ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ,ປະທານປະເທດ ແຫ່ງສປປ ລາວ; ປະດັບຫຼຽນກາລະນຶກ 50 ປີວັນສະຖາປານາ ສປປ ລາວ ໃຫ້ແກ່ສະຫາຍ ຈູມມາລີ ໄຊຍະສອນ ແລະ ສະຫາຍ ບຸນຍັງ ວໍລະຈິດ ອະດີດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງສປປ ລາວ ພ້ອມດ້ວຍບັນດາສະຫາຍກຳມະການກົມການເມືອງສູນກາງພັກ ທັງຜູ້ປະຈຳການ ແລະ ບຳນານ ຈຳນວນ 16 ສະຫາຍ, ມີຄະນະເລຂາທິການສູນກາງພັກ ທັງຜູ້ປະຈໍາການ ແລະ ບຳນານ ຈຳນວນ 8 ສະຫາຍ, ມີບັນດາຮອງປະທານສະພາແຫ່ງຊາດ ແລະ ອະດີດຮອງປະທານສະພາແຫ່ງຊາດ, ອະດີດການນຳພັກ-ລັດ ຈຳນວນ 8 ສະຫາຍ ລວມທັງໝົດ  35 ສະຫາຍ, ຍິງ 4 ສະຫາຍ.

        ການປະດັບຫຼຽນໃນຄັ້ງນີ້ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການນຳຂັ້ນສູງໃນອະດີດ ແລະ ປັດຈຸບັນ ຜູ້ທີ່ມີຜົນງານພົ້ນເດັ່ນ, ມີຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມທັງເປັນການຫວນຄືນເຖິງວັນມະຫາໄຊຊະນະ ແລະ ການເສຍສະຫຼະອັນຍິ່ງໃຫຍ່ຂອງບັນດາຜູ້ນຳ, ນັກຮົບປະຕິວັດ,ວິລະຊົນ, ສະມາຊິກພັກ-ພະນັກງານຕະຫຼອດຮອດປະຊາຊົນລາວບັນດາເຜົ່າທີ່ໄດ້ອຸທິດໃຫ້ແກ່ພາລະກິດຕໍ່ສູ້ກູ້ຊາດຢ່າງພິລະອາດຫານຈົນສາມາດຍາດໄດ້ເອກກະລາດແຫ່ງຊາດ ແລະ ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.