ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ໄດ້ຈັດຂຶ້ນໃນວັນທີ 8 ສິງຫາ 2025 ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງອຸດົມໄຊ, ເປັນກຽດເຂົ້າ ຮ່ວມຂອງສະຫາຍ ປອ. ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງ ແນວລາວສ້າງຊາດ, ຜູ້ຊີ້ນໍາແຂວງອຸດົມໄຊ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກ ແຂວງ, ກໍາມະການພັກແຂວງ, ຕາງໜ້າຈາກນະຄອນຫຼວງວຽງຈັນ, ແຂວງຫຼວງນ້ຳທາ, ຫ້ອງວ່າການສູນ ກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ກອງພົນທະຫານຮາບທີ 3, ບັນດາສະ ຫາຍອະດີດການນໍາ ພັກ - ລັດ ຂອງແຂວງ, ນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ, ນັກຮົບແຂ່ງຂັນ, ບັນ ດາບໍລິສັດ, ນັກທຸລະກິດ ແລະ ຜູ້ແທນສົມບູນເຂົ້າຮ່ວມ 262 ສະຫາຍ, ຍິງ 41 ສະຫາຍ ທີ່ເປັນຕົວ ແທນໃຫ້ແກ່ສະມາຊິກພັກໃນທົ່ວແຂວງ ຈໍານວນ 18,398 ສະຫາຍ ແລະ ແຂກເຊີນຈຳນວນ 79 ສະ ຫາຍ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ໄດ້ດໍາເນີນດ້ວຍບັນຍາກາດແຫ່ງ ຄວາມສາມັກຄີ ເປັນເອກະພາບ ແລະ ຄວາມຮັບຜິດຊອບສູງ ຂອງຜູ້ແທນກອງປະຊຸມ ໄປພ້ອມກັບການ ຕິດຕາມຂອງປະຊາຊົນບັນດາເຜົ່າໃນທົ່ວແຂວງອຸດົມໄຊ; ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ ແລະ ເປັນເອກະສັນຮັບຮອງເອົາລາຍງານການເມືອງ ແລະ ບົດສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ IX; ຜົນສໍາເລັດ ອັນພົ້ນເດັ່ນທີ່ຍາດມາໄດ້ ໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາເສດ ຖະກິດ-ວັດທະນະທໍາສັງຄົມ, ວຽກງານຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ວຽກງານກໍ່ສ້າງພັກ-ພະນັກງານ, ວຽກແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ, ວຽກງານການພົວພັນ ຮ່ວມມືກັບຕ່າງປະເທດ ໃນຕະຫຼອດໄລຍະ 5 ປີຜ່ານມາໄດ້ສ້າງພື້ນຖານ ແລະ ທ່າແຮງທີ່ເປັນເງື່ອນໄຂ ໃໝ່ໃຫ້ແຂວງອຸດົມໄຊ ສືບຕໍ່ພັດທະນາຖືກທິດ ແລະ ຄາດໝາຍທີ່ວາງໄວ້.
ໃນວາລະກອງປະຊຸມ, ຜູ້ແທນ ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ຂອງຕົນປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກ ແຂວງອຸດົມໄຊ ຊຸດໃໝ່ ມີຜູ້ອອກຮັບສະໝັກເລືອກຕັ້ງ 40 ສະຫາຍ, ຍິງ 9 ສະຫາຍ, ເລືອກໄດ້ 35 ສະ ຫາຍ, ຍິງ 7 ສະຫາຍ. ກອງປະຊຸມຄັ້ງປະຖົມມະເລີກ ໄດ້ເປັນເອກະສັນກັນເລືອກຕັ້ງເອົາຄະນະປະ ຈໍາພັກແຂວງ ຈໍານວນ 11 ສະຫາຍ, ຍິງ 2 ສະຫາຍ ດັ່ງນີ້:
1. ສະຫາຍ ບຸນຄົງ ຫຼ້າຈຽມພອນ
2. ສະຫາຍ ຄໍາດີ ວົງລ້ອມ
3. ສະຫາຍ ປອ ວົງສະຫວັນ ໄຊຍະວົງ
4. ສະຫາຍ ວັນນາ ແກ້ວສັນຕິ
5. ສະຫາຍ ສຸວັດ ມະຫາວົງສະນັ່ນ
6. ສະຫາຍ ວາລີ ຈືນໍເຢັງ
7. ສະຫາຍ ພົມມາ ວັນນະກໍາ
8. ສະຫາຍນາງ ມະນີຈັນ ວິໄລຈິດ
9. ສະຫາຍ ພົ.ຈວ. ຕຸ້ຍ ພົມມີໄຊ
10. ສະຫາຍ ແສງຄໍາ ອາລີ
11. ສະຫາຍ ນາງ ຄໍາໝັ້ນ ແກ້ວບຸນຫວນ
ກອງປະຊຸມໄດ້ເຫັນດີເປັນເອກະສັນຮັບຮອງເອົາເລຂາ, ຮອງເລຂາຄະນະບໍລິຫານງານພັກແຂວງ ແລະ ຄະນະກວດກາພັກແຂວງ ຊຸດໃໝ່ ດັ່ງນີ້:
ພ້ອມນັ້ນ, ຜູ້ແທນກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ 27 ສະຫາຍ, ຍິງ 5 ສະ ຫາຍ ແລະ ສຳຮອງ 5 ສະຫາຍ, ຍິງ 2 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.
ຕອນທ້າຍກອງປະຊຸມ ຜູ້ແທນ ໄດ້ຮັບຟັງຄໍາເຫັນໂອ້ລົມຂອງສະຫາຍ ປອ ສິນລະວົງ ຄຸດໄພທູນ ເຊິ່ງຄໍາເຫັນໂອ້ລົມຂອງສະຫາຍ ແມ່ນເຕັມໄປດ້ວຍຄວາມເປັນຫ່ວງເປັນໄຍທັງເປັນເຂັມຊີ້ທິດເຍືອງທາງ, ໃນການຈັດຕັ້ງປະຕິບັດແຜນງານ, ໂຄງການ ຕະລອດໄລຍະສະໄໝຂອງກອງປະຊຸມໃຫຍ່ ຄັ້ງນີ້ ແລະ ຮຽກຮ້ອງມາຍັງພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງ ຍົກສູງຄວາມຮັບ ຜິດຊອບ ແລະ ມີຄວາມຕັດສິນໃຈສູງກວ່າເກົ່າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຜູ້ແທນ ອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ໃຫ້ມີຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.
ຮຽບຮຽງໂດຍ: ນາງ ເກດສະໜາ ວິໄລທອງ
ແຫຼ່ງຂ່າວ: ສະຖານີວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ