ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 9,085,420
wc   ປີກາຍ: 500,014
wc   ປີນີ້: 575,498
   ເດືອນແລ້ວ: 47,520
   ເດືອນນີ້: 4,582
   7 ວັນລ່າສຸດ: 1,452
   ມື້ນີ້: 320
ກອງປະຊຸມພົບປະລະຫວ່າງ ຄະນະຈັດຕັ້ງສູນກາງພັກປະຊາຊົນ ປະຕິວັດລາວ ແລະ ຄະນະຈັດຕັ້ງສູນກາງພັກ ກອມມູນິດຫວຽດນາມ
ຈຳນວນຜູ້ອ່ານ: 47
ອະນຸມັດວັນທີ: 05/12/2025

ໂດຍ: ນາງ ເກດສະໜາ ວິໄລທອງ

ພາບ: ນາງ ພູວອນ ອານຸວົງ

     ໃນວັນທີ 2 ທັນວາ 2025 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການສູນກາງພັກ. ຄະນະຈັດຕັ້ງສູນກາງພັກ ໄດ້ມີພິທີພົບປະລະຫວ່າງຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໂດຍມີສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ເລມິງຮຶງ ກໍາມະການສູນກາງພັກ, ຄະນະເລຂາທິການການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ.

     ໃນວາລະກອງປະຊຸມ ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ກ່າວສະແດງຄວາມປິຕິຊົມຊື່ນ ແລະ ເປັນກຽດຢ່າງສູງທີ່ໄດ້ຕ້ອນຮັບ ສະຫາຍ ເລມິງຮຶງ  ກໍາມະການສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ກອມມູນິດຫວຽດນາມ ເນື່ອງໃນໂອກາດເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນຊາດທີ 2 ທັນ ວາ ຄົບຮອບ 50 ປີ ແລະ ໃນປີ 2025 ນີ້ເປັນປີສະເຫຼີມສະຫຼອງ 03 ວັນປະຫວັດສາດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ສໍາລັບ ສາທາລະນະລັດສັງຄົມນິຍົມຫວຽດນາມ ກໍ່ໄດ້ສະເຫຼີມສະຫຼອງວັນໄຊຊະນະການປະຕິວັດ ເດືອນສິງຫາ ຄົບຮອບ 80 ປິ, ວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 80 ປີ ແລະ ສອງປະເທດ ລາວ-ຫວຽດນາມ ກໍໄດ້ມີການສະເຫຼີມສະຫລອງ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ຄົບ ຮອບ 48 ປີ ຊຶ່ງເຕັມໄປດ້ວຍບັນຍາກາດແຫ່ງຄວາມເບີກບານມ່ວນຊື່ນ ຂອງສອງພັກ-ສອງລັດ ກໍ່ຄື ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.

     ພ້ອມນັ້ນ, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍ່ໄດ້ລາຍງານທົບທວນການພົວພັນ ແລະ ການຮ່ວມມືລະຫວ່າງສອງຄະນະຈັດຕັ້ງສູນກາງພັກ ລາວ-ຫວຽດນາມ ໃນໄລຍະ 2022-2025 ແລະ ທິດທາງແຜນ ການປີ 2026-2030. ເພື່ອສືບຕໍ່ຜັນຂະຫຍາຍຈັດຕັ້ງປະຕິບັດເນື້ອໃນບົດບັນທຶກການຮ່ວມມື ລະຫວ່າງ ຄະນະຈັດຕັ້ງສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ  ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດ ນັບຕັ້ງແຕ່ປີ 2022 ເປັນຕົ້ນມາຈົນເຖິງປັດຈຸບັນ ນັບເປັນເວລາ 04 ປີ. ສອງການຈັດຕັ້ງຂອງພວກເຮົາ ໄດ້ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບສະພາບການຂອງພັກປະຊາຊົນປະຕິວັດລາວ ແລະ ພັກກອມ ມູນິດຫວຽດນາມ,  ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງພັກ, ແລກປ່ຽນບົດຮຽນວຽກງານ ພັກ, ພະນັກງານ ແລະ ການປັບປຸງກົງຈັກການຈັດຕັ້ງ, ໄດ້ມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນວິ ຊາການ ເພື່ອປຶກສາຫາລືວຽກຍຸດທະສາດ ແລະ ວຽກວິຊາການຮ່ວມກັນ ເປັນຕົ້ນ: ຝ່າຍລາວ ໄດ້ຈັດສົ່ງຄະນະຜູ້ແທນຂັ້ນສູງ ໂດຍແມ່ນ ສະຫາຍ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ເພື່ອໄປເຄື່ອນໄຫວຢ້ຽມ ຢາມ ແລະ ເຮັດວຽກກັບຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ແລະ ໃນເດືອນສິງຫາ 2025 ທີ່ຜ່ານມານີ້, ຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ກໍ່ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກຂອງ ສະຫາຍ ຫງວຽນ ແທ່ງເຕິມ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ກ່ຽວກັບວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານປົກຄອງ.

   

     ໃນຕອນທ້າຍສະຫາຍ ນາງ ສີໃສ ລືເດດມູນສອນ ຕາງໜ້າໃຫ້ຄະນະພັກ-ຄະນະນໍາ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ຂໍຖືໂອກາດນີ້ ອວຍ ພອນ ສະຫາຍ ເລມິງຮຶງ ພ້ອມດ້ວຍຄະນະຜູ້ແທນທີ່ເດີນທາງມາເຄື່ອນໄຫວວຽກງານຢູ່ ສປປລາວ ໃນຄັ້ງນີ້ ຈົ່ງປະສົບຜົນສຳເລັດເປັນຢ່າງດີ ແລະ ຂໍອວຍພອນໄຊອັນປະເສີດໃຫ້ພະນັກງານ-ລັດຖະກອນ ອ້າຍນ້ອງຢູ່ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມຈົ່ງມີແຕ່ສຸຂະພາບເຂັ້ມແຂງ, ມີຄວາມສຸກສ່ວນ ຕົວ ກໍ່ຄືຄອບຄົວ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານຍິ່ງໃຫຍ່ຂື້ນໄປເລື້ອຍໆ.