ໂດຍ: ພິດສະໄໝ
ເນື່ອງໃນໂອກາດ ຄົບຮອບ 50 ປີ ແຫ່ງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໃນທ້າຍເດືອນພະຈິກ 2025 ທີ່ຜ່ານມາ, ຕາງໜ້າຄະນະພັກ-ຄະນະນຳ ຄະນະຈັດຕັ້ງສູນກາງພັກ ເຊິ່ງນຳໂດຍທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ , ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ທ່ານ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ທ່ານ ວັນນະ ບຸບຜາ ຫົວໜ້າຫ້ອງການ ຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ ຄະນະຈັດຕັ້ງສູນກາງພັກ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນພະນັກງານອາວຸໂສບໍານານ ແລະ ພັນລະຍາການນຳຈຳນວນໜຶ່ງ ເພື່ອສະແດງຄວາມນັບຖືຮັກແພງ ແລະ ສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ພະນັກງານບຳນານໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາໃນການປະກອບສ່ວນເຂົ້າໃນການພັດທະນາວຽກງານ ກໍ່ຄືພັດທະນາປະເທດຊາດໃນໄລຍະຜ່ານມາ ໃຫ້ເຕີບໃຫຍ່ຂະຫຍາຍຕົວ.
ໃນໂອກາດດັ່ງກ່າວ, ໄດ້ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975-2 ທັນວາ 2025) ໃຫ້ແກ່ພັນລະຍາການນຳຈຳນວນໜຶ່ງຄື: ທ່ານ ນາງ ທອງວິນ ພົມວິຫານ, ທ່ານ ນາງ ທອງວັນ ສີພັນດອນ, ທ່ານ ນາງ ຄຳເມີງ ວໍລະຈິດ ພັນລະຍາ ອະດີດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ; ນາງ ນາລີ ສີສຸລິດ ພະນັກງານບຳນານ ສັງກັດສູນກາງສະຫະພັນແມ່ຍິງລາວ, ພັນລະຍາ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ທ່ານ ນາງ ບົວໄຫຼ ຈິດມະນີ ຮອງຫົວໜ້າຫ້ອງການຄະນະຈັດຕັ້ງສູນກາງພັກ, ພັນລະຍາ ຮອງປະທານປະເທດແຫ່ງ ສປປ ລາວ ທີ່ມີຜົນງານ, ຄຸນງາມຄວາມດີ ປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ.