ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 9,085,420
wc   ປີກາຍ: 500,014
wc   ປີນີ້: 575,498
   ເດືອນແລ້ວ: 47,520
   ເດືອນນີ້: 4,582
   7 ວັນລ່າສຸດ: 1,452
   ມື້ນີ້: 320
ກອງປະຊຸມປຶກສາຫາລືຄະນະຊີ້ນໍາລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ
ຈຳນວນຜູ້ອ່ານ: 70
ອະນຸມັດວັນທີ: 06/02/2026

ຂ່າວ ໂດຍ: ບານ ມູນປະເສີດ

ພາບ ໂດຍ: ເກດສະໜາ ວິໄລທອງ

          ໃນຕອນເຊົ້າຂອງວັນ ທີ 3 ກຸມພາ 2026 ຢູ່ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດກອງປະຊຸມປຶກສາຫາລືຄະນະຊີ້ນໍາລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ໂດຍເປັນກຽດເຂົ້າຮ່ວມເປັນປະທານກອງປະຊຸມຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ປະທານຄະນະຊີ້ນໍາລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ; ມີຄະນະຊີ້ນໍາລະດັບຊາດ, ຕາງໜ້າຄະນະຊີ້ນໍາກະຊວງ-ອົງການ ແລະ ກອງເລຂາ ເຂົ້າຮ່ວມໃນທີ່ປະຊຸມຈຳນວນ 71 ທ່ານ ແລະ ທ້ອງຖິ່ນ ຮ່ວມກອງປະຊຸມທາງອອນລາຍ 165 ທ່ານ ລວມທັງໝົດ 236 ທ່ານ.

         ກອງປະຊຸມຄັ້ງນີ້ ທ່ານ ປອ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຜູ້ປະຈຳການ, ຮອງປະທານຄະນະຊີ້ນຳລະດັບຊາດ ວຽກງານແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ໄດ້ເຜີຍແຜ່ ລັດຖະດໍາລັດຂອງປະທານປະເທດ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ສະບັບເລກທີ 171/ປປທ, ລົງວັນທີ 21 ຕຸລາ 2025; ຮ່າງດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຊີ້ນໍາລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ; ຮ່າງຂໍ້ຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງຄະນະຊີ້ນໍາລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ; ຮ່າງແຜນດໍາເນີນງານຂອງຄະນະຊີ້ນໍາລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ປະຈໍາປີ 2026; ຈາກນັ້ນ, ທ່ານ ປອ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຫົວໜ້າກອງເລຂາຄະນະຊີ້ນຳ ໄດ້ຜ່ານຮ່າງບົດສະຫຼຸບສະພາບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ໄລຍະ 5 ປີ (2021-2025). ໃນກອງປະຊຸມ ຜູ້ທີ່ເຂົ້້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດຄຳເຫັນຕໍ່ຂໍ້ເຈາະຈີ້ມຂອງປະທານກອງປະຊຸມຢ່າງສ້າງສັນ ແລະ ອຸດົມສົມບູນໄປດ້ວຍເນື້ອໃນທີ່ສຳຄັນ.

        ຕອນທ້າຍ ປະທານກອງປະຊຸມ ທ່ານ ສອນໄຊ ສີພັນດອນກໍາມະການກົມການເມືອງສູນກາງພັກ, ນາຍົກລັດ ຖະມົນຕີແຫ່ງ ສປປ ລາວ ໄດ້ມີຄຳເຫັນຊີ້ນຳ ໂດຍໄດ້ເນັ້ນໜັກໃຫ້ຄະນະຊີ້ນຳເອົາໃຈໃສ່ກະກຽມແຕ່ລະດ້ານໃຫ້ມີຄວາມພ້ອມ, ໂດຍສະເພາະດ້ານເນື້ອໃນ ໃຫ້ແກ່ກອງປະຊຸມສະຫຫຼຸບ ຕີລາຄາຂະບວນການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ໄລຍະ 5 ປີ (2021-2025) ທົ່ວປະເທດ ຊຶ່ງຈະຈັດຂຶ້ນໃນເດືອນເມສາ 2026 ນີ້ ໃຫ້ມີເນື້ອໃນເລິກເຊິ່ງ, ຄົບຖ້ວນຄົບສົມບູນ ເພື່ອບັນລຸຈິດໃຈດັ່ງກ່າວ ຈຶ່ງຮຽກຮ້ອງໃຫ້ທຸກພາກສວ່ນ ຈົ່ງຍົກສູງສະຕິ, ປັນຍາ, ຄວາມຮັບຜິດຊອບຂອງຕົນ ເພື່ອໃຫ້ກອງປະຊຸມດັ່ງກ່າວ ຍາດໄດ້ຜົນສໍາເລັດອັນຈົບງາມ.