ໂດຍ: ພິດສະໄໝ
ກອງປະຊຸມໃຫຍ່ສະມາຊິກພັກ ໜ່ວຍພັກຮາກຖານລັດວິສາຫະກິດຖືຮຸ້ນລາວ ຄັ້ງທີ V ໄດ້ຈັດຂຶ້ນ ໃນວັນທີ 15 ທັນວາ 2025 ທີ່ສໍານັກງານໃຫຍ່ ລັດວິສາຫະກິດຖືຮຸ້ນລາວ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ ຈັນສະແຫວງ ບຸນຍົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ເປັນປະທານໂດຍ ສະຫາຍ ຄໍາຫຼ້າ ວິຈິດວົງສາ ກຳມະການພັກ, ເລຂາໜ່ວຍພັກຮາກຖານລັດວິສາຫະກິດຖືຮຸ້ນລາວ, ມິຄະນະພັກກະຊວງ, ຕາງໜ້າຈາກບັນດາໜ່ວຍພັກອ້ອມຂ້າງກະຊວງ ແລະ ຜູ້ແທນສົມບູນຂອງໜ່ວຍພັກ ເຂົ້າຮ່ວມ 33 ສະຫາຍ, ຍິງ 8 ສະຫາຍ.
ລັດວິສາຫະກິດຖືຮຸ້ນລາວ (ລຮລ) ສ້າງຕັ້ງຂຶ້ນໃນວັນທີ 23 ກຸມພາ 2005, ເປັນຫົວໜ່ວຍທຸລະກິດໜຶ່ງທີ່ຂຶ້ນກັບກະຊວງອຸດສະຫະກຳ ແລະ ການຄ້າ, ເຊິ່ງແມ່ນ ກະຊວງການເງິນ ເປັນເຈົ້າຂອງທຶນ 100% ເພື່ອເຂົ້າຮ່ວມຖືຮຸ້ນ; ເຮັດໜ້າທີ່ ຄຸ້ມຄອງ ແລະ ບໍລິຫານຮຸ້ນຂອງລັດຖະບານ ຢູ່ບັນດາໂຄງການຜະລິດໄຟຟ້າ. ລຮລ ຕາງໜ້າໃຫ້ລັດຖະບານຮ່ວມລົງທຶນໃນ 4 ໂຄງການ ຄື: ໂຄງການໄຟຟ້ານໍ້າເທີນ 2; ໂຄງການໄຟຟ້າຄວາມຮ້ອນຫົງສາ; ໂຄງການໄຟຟ້າເຊປຽນ-ເຊນໍ້ານ້ອຍ ແລະ ໂຄງການໄຟຟ້ານໍ້າງຽບ 1. ລວມກຳລັງຕິດຕັ້ງທັງໝົດ 3,658 MW ແລະ ສາມາດຜະລິດພະລັງງານໄຟຟ້າໄດ້ປະມານ 21.551 GWh/ປີ.
ໃນພິທີ, ສະຫາຍ ຄໍາຫຼ້າ ວິຈິດວົງສາ ໄດ້ຜ່ານຮ່າງບົດລາຍງານການເມືອງ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ແລະ ບົດສໍາຫຼວດການນໍາພາລວມ ຂອງໜ່ວຍພັກຮາກຖານລັດວິສາຫະກິດຖືຮຸ້ນລາວ ຕະຫຼອດໄລຍະ 05 ປີຜ່ານມາ, ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ-ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຕ້ອງປັບປຸງແກ້ໄຂ; ພ້ອມທັງກຳນົດທິດທາງ, ຄາດໝາຍ ແລະ ໜ້າທີ່ແຕ່ລະດ້ານ ເພື່ອເປັນບ່ອນອີງໃນການນໍາພາ-ຊີ້ນໍາວຽກງານຂອງໜ່ວຍພັກ ໃນ 5 ປີຕໍ່ໜ້າ (2026-2030).
ບັນດາຜູ້ແທນກອງປະຊຸມ, ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ຈໍານວນ 5 ສະຫາຍ, ຈາກຜູ້ສະໜັກ 7 ສະຫາຍ, ຍິງ 01 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກໄດ້ເລືອກເອົາ ສະຫາຍ ຄໍາຫຼ້າ ວິຈິດວົງສາ ເປັນເລຂາໜ່ວຍພັກ; ສະຫາຍ ອຸໄທ ພິດສະວົງ ເປັນຮອງເລຂາໜ່ວຍພັກ; ສະຫາຍ ວັນແສງ ວັນນະວົງ ເປັນຄະນະໜ່ວຍພັກ ທັງເປັນປະທານກວດກາ; ສະຫາຍ ປັນຍາສິດ ວົງສິລິ ເປັນຄະນະໜ່ວຍພັກ ທັງເປັນຮອງປະທານກວດກາ ແລະ ສະຫາຍ ວັນເທວາ ບົວຄ່າສິດ ເປັນຄະນະໜ່ວຍພັກ.
ຕອນທ້າຍກອງປະຊຸມ, ສະຫາຍ ປອ ຈັນສະແຫວງ ບຸນຍົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ, ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະໜ່ວຍພັກຊຸດເກົ່າ ໃນການນໍາພາ-ຊີ້ນໍາສະມາຊິກພັກ-ພະນັກງານ ປະຕິບັດໜ້າທີ່ການເມືອງຂອງຕົນ ຍາດໄດ້ຜົນສຳເລັດຫຼາຍດ້ານ ແລະ ມີຄຳເຫັນຊີ້ນໍາຕໍ່ຄະນະພັກຊຸດໃໝ່ ໃຫ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານ, ສືບຕໍ່ປັບປຸງ ແລະ ກໍ່ສ້າງຮາກຖານພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄຽງຄູ່ກັບການຂະຫຍາຍສະມາຊິກພັກໃຫ້ຮັບປະກັນຄຸນນະພາບ ເພື່ອເປັນກໍາລັງແຮງຕົ້ນຕໍໃນການປະຕິບັດໜ້າທີ່ການເມືອງ; ເອົາໃຈໃສ່ປັບປຸງແບບແຜນການນໍາພາ ວິທີເຮັດວຽກ ຖືສຳຄັນຄວາມສາມັກຄີເປັນປຶກແຜ່ນ, ເປັນແບບຢ່າງນໍາໜ້າ, ຍົກສູງຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ມີຜົນສຳເລັດຢ່າງຈົບງາມ.