ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 9,085,420
wc   ປີກາຍ: 500,014
wc   ປີນີ້: 575,498
   ເດືອນແລ້ວ: 47,520
   ເດືອນນີ້: 4,582
   7 ວັນລ່າສຸດ: 1,452
   ມື້ນີ້: 320
ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປີດຊຸດຝຶກອົບຮົມວຽກງານກໍ່ສ້າງພັກ ຊຸດທີ VI
ຈຳນວນຜູ້ອ່ານ: 36
ອະນຸມັດວັນທີ: 11/12/2025

                                                                                                                                                                                                                                                                                                                 ໂດຍ: ອານຸລັກ

     ໃນວັັນທີ 08 ທັນວາ 2025, ທີ່ຫ້ອງປະຊຸມສູນອິນເຕີເນັດແຫ່ງຊາດ ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານກໍ່ສ້າງພັກ ຊຸດທີ VI ໃຫ້ແກ່ບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ກອງເລຂາບັນດາຮາກຖານພັກ ທີ່ຂຶ້້ນ ກັບ ອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ, ໂດຍການເປັນປະທານຂອງ ສະຫາຍ ປອ ສັນຕິສຸກ ສິມມາລາວົງ ເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຄະນະປະຈໍາພັກກະຊວງ, ບັນດາເລຂາໜ່ວຍພັກ, ສໍາມະນາກອນ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

     ຊຸດຝຶກອົບຮົມຊຸດນີ້ ປະກອບມີສໍາມະນາກອນເຂົ້າຮ່ວມ ຈໍານວນ 60 ສະຫາຍ, ຍິງ 21  ສະຫາຍ, ໃຊ້ເວລາຝຶກອົບຮົມ 03 ວັັນ ນັບແຕ່ວັນທີ 08-10 ທັນວາ 2025. ວຽກງານກໍ່ສ້າງພັກທີ່ຈະໄດ້ສຸ່ມໃສ່ຄົ້ນຄວ້າ ປະກອບມີ 06 ວິຊາ ຄື: 1. ບົດຮຽນກ່ຽວກັບເນື້ອໃນພື້ນຖານວຽກງານປ້ອງກັນພັກ-ພະນັກງານ; 2. ການອອກບັດ-ມອບບັດສະມາຊິກພັກສົມບູນ; 3. ຍົກສູງຄຸນະພາບຂອງສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະໃໝ່; 4. ການເພີ່ມທະວີວຽກງານຄຸ້ມຄອງ ແລະ ລະບຽບການຍົກຍ້າຍຮ່ວມຊີວິດພັກ; 5. ຍົກສູງຄຸນະພາບການຈັດຕັ້ງຮາກຖານພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; 6. ການຕີລາຄາຄຸນນະພາບ, ແບ່ງປະເພດສະມາຊິກ ແລະ ໜ່ວຍພັກ.

     ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ໃນວຽກງານກໍ່ສ້າງພັກ ໃຫ້ພະນັກງານນຳພາຢູ່ຂົງເຂດເຕັກໂນໂລຊີ ແລະ ການສື່ສານ, ເພື່ອເປັນກໍາລັງຫລັກໃນການສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງ ແລະ ແຜນພັດທະນາຂະແໜງເຕັກໂນໂລຊີ ແລະ ການສື່ສານ 5 ປີ ຄັ້ງທີ IV ເຂົ້າໃນວຽກງານຕົວຈິງຂອງແຕ່ລະພາກສ່ວນ ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາຜັນຂະຫຍາຍການນໍາໃຊ້ເຕັກໂນໂລຊີດິຈີຕອນກາຍເປັນກໍາລັງຂັບເຄື່ອນທີ່ແຂງແຮງຕໍ່ການພັດທະນາປະເທດຊາດ ຫັນເປັນລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ແລະ ຍືນຍົງ”